ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ
ປະກາດແຕ່ງຕັ້ງຮອງຫົວໜ້າການເມືອງໂຮງຮຽນ ແລະ ຫົວໜ້າຫ້ອງການເມືອງ

     ຕອນເຊົ້າວັນທີ 28 ກຸມພາ 2024 ນີ້, ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ປະກາດແຕ່ງຕັ້ງ ຮອງຫົວໜ້າການເມືອງ
ໂຮງຮຽນ ແລະ ຫົວໜ້າຫ້ອງການເມືອງ, ເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການ ຄະນະພັກ
ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີກົມພະນັກງານ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ຄະນະ
ພັກ-ຄະນະບັນຊາຫ້ອງການ, ພະແນກການ, ກອງພັນເຂົ້າຮ່ວມ ຢູ່ສະໂມສອນໂຮງຮຽນ.

      ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຮອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ
ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການຮັບບຳນານ, ກະຊວງປ້ອງກັນປະເທດຕົກລົງໃຫ້ ສະຫາຍ ພັນເອກ ແສງເດືອນ ອິນທິ
ສອນ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ພັກການຮັບບໍານານ ແລະ ຍົກ
ຂັ້ນເງິນເດືອນທຽບເທົ່າຊັ້ນ ພົນຈັດຕະວາ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າການເມືອງໂຮງ
ຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ) ໃນພາກທີ II ໝວດ
ທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມທິດທາງກຽ່ວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ
ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກະຊວງປ້ອງ
ກັນປະເທດຕົກລົງແຕ່ງຕັ້ງ ພັນໂທ ບຸນມີ ໄຕໄຊຍະວົງ ເປັນຮອງຫົວໜ້າການເມືອງໂຮງຮຽນ ທັງເປັນຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງ
ນາຍສິບທະຫານຮາບເລກ 2 ວຽງໄຊ ຜູ້ໃໝ່.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ສະຫາຍທີ່ໄດ້ຮັບການແຕ່ງຕັ້ງ, ຮັບໜ້າທີ່ໃໝ່ພ້ອມທັງເນັ້ນ
ໜັກຫຼາຍບັນຫາສຳຄັນເປັນຕົ້ນແມ່ນເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ,
ຄະນະພັກ-ຄະນະບັນຊາ ຕ້ອງຮັກສາແໜ້ນຄວາມສາມັກຄີ ເປັນເອກະພາບ ປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ມອບໃຫ້ບຸກ
ຄົນຮັບຜິດຊອບ, ປົກປັກຮັກສາຜົນງານ ຄຸນງາມຄວາມດີ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກົມກອງກໍ່ຄືຂອງໂຮງຮຽນໄວ້ໃຫ້ດີ ແລະ
ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກ່ວາເກົ່າ, ເອົາໃຈໃສ່ ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງຮອບດ້ານຖືຄຸນະພາບເປັນ
ກົກ, ກຳແໜ້ນແນວທາງຂອງພັກ, ເປັນແບບຢ່າງນຳໜ້າໃນທຸກຂົງເຂດວຽກງານ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ຊອກຮູ້ຮ່ຳຮຽນ
ສ້າງຕົນເອງໃຫ້ກາຍເປັນພະນັກງານທີ່ດີເດັ່ນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕ, ແບບມີວິທະຍາສາດ,
ເຄົາລົບ ແລະ ປະຕິບັດຫຼັກການນຳພາຂອງພັກ, ສຸມໃສ່ນຳພາຈັດຕັ້ງປະຕິບັດ 4ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນ
ປະເທດວາງອອກໃຫ້ປະກົດຜົນເປັນຈິງໄປຄຽງຄູ່ກັບການກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີລະບຽບແບບແຜນທີ່ທັນສະ
ໄໝ ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.

ແຫຼ່ງຂ່າວໂດຍ ຄຳແປງ ຟອງສາຍໄໝ
ວັນທີ 29/02/2024